ເມືອງຊຽງຮ່ອນຈັດພິທີປາຖະກະຖາວັນສ້າງຕັ້ງກຳມະບານລາວ ຄົບຮອບ 69 ປີ



ເມືອງຊຽງຮ່ອນຈັດພິທີປາຖະກະຖາລະນຶກວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 69 ປີ ວັນທີ 1 ກຸມພາ 1956-1 ກຸມພາ 2025 ພິທີໄດ້ຂື້ນໃນວັນທີ 11 ກຸມພາ 2025ນີ້ ໂດຍການເປັນກຽດປາຖະກະຖາຂອງທ່ານ ສົມບູນ ຂຽວພະນາ ຮອງເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງຊຽງຮ່ອນ ມີປະທານສະຫະພັນກຳມະບານເມືອງ ປະທານຮາກຖານກຳມະບານ ແລະ ສະມາຊິກສະຫະພັນກຳມະບານເຂົ້າຮ່ວມຮັບຟັງ.
ຈຸດປະສົງໃນການຈັດພິທີປະຖະກະຖາໃນຄັ້ງນີ້ກໍ່ເພື່ອເປັນການສະເຫຼີມສະຫຼອງການເຕີບໃຫ່ຍຂະຫຍາຍຕົວຂອງສະຫະພັນກໍາມະບານລາວ ໃຫ້ມີເນື້ອໃນຢ່າງເລິກເຊີ່ງ, ກ້ວາງຂວາງ ທົ່ວສະມາຊິກກໍາມະບານ, ຊົນຊັ້ນກໍາມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າ ຮັບຮູ້ເຖີງມູນເຊື້ອ ການກຳເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວຂອງສະຫະພັນກໍາມະບານລາວ, ຊຶ່ງໄດ້ຕີລາຄາຄືນທາດແທ້, ຜົນງານອັນພົ້ນເດັ່ນໃນການ ເຄື່ອນໄຫວ ແລະ ປະກອບສ່ວນໃນພາລະກິດປະຕິວັດສາດປະຊາທິປະໄຕ, ປົກປັກຮັກສາ ແລະພັດທະນາປະເທດຊາດຂອງສະຫະພັນກໍາມະບານລາວໃນຕະຫລອດໄລຍະ 69 ປີ ຂອງອົງການຈັດຕັ້ງສະຫະພັນກຳມະບານລາວ ແລະ ພ້ອມທັງຜ່ານເຜີຍແຜ່ການຈັດຕັ້ງເຄື່ອນໄຫວຂອງວຽກງານຂອງສະຫະພັນກຳມະບານ ແຂວງໄຊຍະບູລີ ແລະ ການເຄື່ອນໄຫວຂອງສະຫະພັນກຳມະບານເມືອງຊຽງຮ່ອນ ເພື່ອໃຫ້ຜູ້ເຂົ້າຮ່ວມ ສະມາຊິກກຳມະບານພາຍໃນເມືອງໄດ້ຮັບຮູ້ແລະ ເຊື່ອມຊຶມ ເປັນຕົ້ນແມ່ນສຶກສາອົບຮົມແນວຄິດການເມືອງໃຫ້ແກ່ສະມາຊິກກຳມະບານ, ເອົາໃຈໃສ່ປັບປຸງລະບົບການຈັດຕັ້ງ, ສືບຕໍ່ປົກປ້ອງສິດຜົນປະໂຫຍດ ແລະ ເພີ່ມທະວີຍູ້ແຮງຂະບວນການແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກຳມະບານວາງອອກ ໃນໂອກາດດັ່ງກ່າວຍັງໄດ້ຈັດພິທີມອບໃບຮັບຮອງກຳມະບານ 5 ເປັນເຈົ້າຂອງຂັ້ນກຳມະບານແຂວງໃຫ້ຮາກຖານກຳມະບານຈຳນວນ 10 ຮາກຖານ ບຸກຄົນຈຳນວນ 303 ທ່ານ ແລະ ໃບຮັບຮອງກຳມະບານ 5 ເປັນເຈົ້າຂັ້ນເມືອງໃຫ້ບຸກຄົນຈຳນວນ 160 ທ່ານ ທີ່ໄດ້ປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າໃນໄລຍະ 5 ປີຜ່ານມາອິກດ້ວຍ. ພິທີໄດ້ອັດລົງດ້ວຍຜົນສໍາເລັດອັນຈົບງາມ.
ໂດຍ: ຖວທເມືອງຊຽງຮ່ອນ 55443362.