ກອງບັນຊາການທະຫານເມືອງຊຽງຮ່ອນເປີດຊຸດອົບຮົມຫັດແອບການທະຫານ,ການເມືອງ,ພາລາທິການແລະເຕັກນິກປະຈໍາປີ 2024

ກົດແຊຣ໌

ກອງບັນຊາການທະຫານ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ເປີດຊຸດອົບຮົມ ຫັດແອບການທະຫານ,ການເມືອງ,ພາລາທິການ-ເຕັກນິກ, ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາປະຈຳປີ 2024 ຂຶ້ນຢູ່ທີ່ກອງບັນຊາການທະຫານເມືອງໃນຕອນເຊົ້າຂອງວັນທີ 22 ພຶດສະພາ 2024ນີ້ ໂດຍການປະທານຂອງ ສະຫາຍ ຄຳແພງ ພະນາໄລ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງກອງບັນຊາການທະຫານ ເມືອງ ຊຽງຮ່ອນ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ແສງອາທິດ ລາວເບຼຍຢາທໍ່ ເລຂາພັັກເມືອງ ວ່າການເຈົ້າເມືອງໆຊຽງຮ່ອນ ປະທານປ້ອງກັນຊາດ ປ້ອງກັນຄວາມສະຫງົບເມືອງ ມີຄະນະພັກ ຄະນະບັນຊາ ນາຍ ແລະ ພົນທະຫານພາຍໃນກົມກອງເຂົ້າຮ່ວມ. ໂດຍປະຕິບັດຕາມແຜນການອົບຮົມຫັດແອບຂອງກອງບັນຊາການທະຫານເມືອງຊຽງຮ່ອນ ປະຈຳປີ 2024. ການຝຶກອົບຮົມໃນຄັ້ງນີ້ກໍເພື່ອແນໃສ່ປັບປຸງວຽກງານປ້ອງກັນຊາດ ເພື່ອຍົກລະດັບຄວາມຮູ້ຄວາມສາມາດດ້ານສິນລະປະຍຸດ, ຍຸດທະວິທີໃຫ້ນາຍ ແລະ ພົນທະຫານຢູ່ໃນກົມກອງໃຫ້ມີຄວາມຮູ້ຄວາມສາມາດ,ມີຄວາມຄ່ອງແຄ້ວໃນການປະຕິບັດໜ້າທີ່ວຽກງານ ແລະ ເປັນການກະຕຸກຊຸກຍູ້ພະນັກງານນັກຮົບໝວດໝູ່ກໍຄືນາຍ ແລະ ພົນທະຫານ ຫັນເຂົ້າສູ່ລະບຽບແບບແຜນຂອງກອງທັບ ຈັດຕັ້ງບັນດາຂໍ້ກຳນົດຂອງກອງທັບໃຫ້ເປັນປົກກະຕິ ສ້າງກົມກອງມີລະບຽບແບບແຜນ ແລະ ທັນສະໄໝຝຶກຝົນກຳລັງແຮງກາຍໃຫ້ນາຍ ແລະ ພົນທະຫານມີສຸຂະພາບແຂງແກ່ນ ກຽມພ້ອມສູ້ຮົບທຸກກໍລະນີ ການອົບຮົມ-ຫັດແອບໃນຄັ້ງນີ້ຈະໄດ້ອົບຮົມ 6 ວຽກໃຫຍ່ຄື: ວຽກງານການເມືອງ, ວຽກງານພາລາທິການ-ເຕັກນິກ, ອົບຮົມ-ຫັດແອບລະບຽບຮູບແຖວ, ອົບຮົມກິລາກາຍະກຳ, ອົບຮົມວຽກງານເສນາທິການ, ອົບຮົມຫັດແອບສິນລະປະຍຸດທະຫານຮາບ. ການອົບຮົມ-ຫັດແອບໃນຄັ້ງນີ້້ຈະໄດ້ດຳເນີນໄປເປັນເວລາ 40 ວັນຈຶ່ງສໍາເລັດ.

ໃນໂອກາດທີ່ສະຫາຍ ແສງອາທິດ ລາວເບຼຍຢາທໍ່ ວ່າການເຈົ້າເມືອງ ທີ່ໄດ້ເຂົ້າຮ່ວມພິທີເປີດອົບຮົມ-ຫັດແອບໃນຄັ້ງນີ້ ສະຫາຍ ຍັງໄດ້ເໜັ້ນໜັກໃຫ້ບັນດາຄະນະບັນຊານາຍ ແລະ ພົນທະຫານຕ້ອງໄດ້ສຸມສະຕິປັນຍາເຂົ້າໃນການອົບຮົມ, ວິທະຍາກອນ ຄູອາຈານ ຕ້ອງໄດ້ເປັນແບບຢ່າງໃນທຸກດ້ານ ເອົາໃຈໃສ່ສຸມສະຕິປັນຖ່າຍທອດຄວາມຮູ້ໃຫ້ພະນັກງານນັກຮົບ ແລະ ບັນດາພະນັກງານນັກຮົບເອງກໍຕ້ອງໄດ້ເອົາໃຈໃສ່ຕັ້ງໜ້າອົບຮົມ ຮໍ່າຮຽນເອົາບົດຮຽນນຳຄູອາຈານເພື່ອຮັບປະກັນໃຫ້ການອົບຮົມ-ຫັດແອບດຳເນີນໄປໃຫ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

ໂດຍ: ດອນ ຂຽວພະນາ 55443362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *