ບ້ານປາງສາ

ກົດແຊຣ໌

ບ້ານປາງສາ

1.) ປະຫວັດ ແລະ ຄວາມເປັນມາ

       ບ້ານປາງສາ ຕັ້ງຢູ່ທາງທິດເໜືອຂອງເມືອງຊຽງຮ່ອນ ຫ່າງຈາກສໍານັກງານປົກຄອງເມືອງ 35 ກິໂລແມັດ. ດ້ວຍນະໂຍບາຍຂອງພັກ-ລັດ ໃນການລຶບລ້າງຄວາມທຸກຍາກຂອງປະຊາຊົນບັນດາໃນເຂດຫ່າງໄກສອກຫຼີກ ທີ່ພື້ນ ຖານໂຄງລ່າງມີຄວາມຫຍຸ້ງ ໃນປີ 2004 ຈຶ່ງໄດ້ມີການຍຸບບ້ານປາງສາ ແລ້ວມາເຕົ້າໂຮມເຂົ້າກັບບ້ານໂຮມໄຊ.

       ແຕ່ເນື່ອງຈາກວ່າສະພາບທີ່ຕັ້ງທີ່ຫ່າງໄກຈາກໃຈກາງບ້ານ ແລະ ມີຄວາມຫຍຸ້ງຍາກໃນການເຂົ້າຮ່ວມປະຊຸມ, ມາໂຮງຮຽນ ລວມເຖິງກິດຈະກຳລວມຂອງບ້ານ. ດັ່ງນັ້ນ, ໃນວັນທີ 31 ມີນາ 2021 ຈຶ່ງໄດ້ມີການປະກາດແຍກບ້ານ ແລະ ສ້າງຕັ້ງບ້ານປາງຂຶ້ນໃໝ່ ກາຍເປັນບ້ານລໍາດັບທີ 43 ຂອງເມືອງຊຽງຮ່ອນ.

2.) ທີ່ຕັ້ງ ແລະ ຈຸດພິເສດຂອງບ້ານປາງສາ

      ບ້ານປາງສາ ຕັ້ງຢູ່ເຂດກຸ່ມບ້ານພັດທະນາປາກເປັນ ທິດເໜືອຕິດກັບບ້ານດອນປຸ່ງ, ທິດໃຕ້ຕິດກັບບ້ານໂຮມໄຊ, ທິດຕາເວັນອອກຕິດກັບບ້ານຮ່ອງຄູ ແລະ ທິດຕາເວັນຕົກຕິດກັບບ້ານຄົກເມີຍ (ເມືອງຄອບ

3. ປະຊາກອນ

      ຈາກສະຖິຕິປີ 2021 ທົ່ວບ້ານແມ່ນປະກອບມີ 64 ຄອບຄົວ ມີພົນລະເມືອງ 356 ຄົນ, ຍິງ 180 ຄົນ, ມີຄອບຄົວທຸກຍາກ 3 ຄອບຄົວ, ມີ 1 ເຜົ່າ ຄື: ເຜົ່າກຶມມຸ ປະຊາຊົນສ່ວຍໃຫຍ່ເຊື່ອຖືຮີດຄອງເດີມ (ສາສະໜາຜີ) ແລະ ອາຊີບຕົ້ນຕໍແມ່ນ ເຮັດວຽກກະສິກຳປູກຝັງ-ລ້ຽງສັດ


ກົດແຊຣ໌