ກົດແຊຣ໌

ສະພາບແວດລ້ອມທີ່ເອື້ອຍອຳນວຍ ແລະ ທ້າທາຍຕໍ່ການພັດທະນາ

   1. ສະພາບແວດລ້ອມທີ່ອຳນວຍ
    1.) ສະພາບພາກພື້ນ ແລະ ສາກົນ

         ການເຊື່ອມໂຍງເສດຖະກິດ ແລະ ການຮ່ວມມືຂອງເສດຖະກິດໂລກ ໄດ້ມີການເພີ່ມຂຶ້ນຂະຫຍາຍກວ້າງອອກດ້ວຍຫຼາຍຮູບຫຼາຍລະດັບ ມີການແຂ່ງຂັນສູງຂຶ້ນ ເຊິ່ງເຮັດໃຫ້ການຄ້າ, ການລົງ ທຶນ ແລະ ການບໍລິການເພີ່ມຂຶ້ນ ບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນຕ່າງໆ ຈະໄດ້ສືບຕໍ່ ຊ່ວຍເຫຼືອປະເທດດ້ອຍພັດທະນາ, ການເຂົ້າເຖີງຜົນຂອງການຄົ້ນຄວ້າ, ການນໍາໃຊ້ວິທະຍາ ສາດເຕັກໂນໂລຊີຂອງໂລກ ຈະສ້າງມູນຄ່າເພີ່ມໃນການຜະລິດ, ຈະມີນັກລົງທຶນຈາກພາກລັດ ແລະ ເອກະຊົນ ແລະ ຈາກຕ່າງປະເທດເຂົ້າມາລົງທຶນ.

     2.) ສະພາບພາຍໃນ

      – ເມືອງຊຽງຮ່ອນມີເນື້ອທີ່ດິນກ້ວາງທີ່ໄດ້ຮັບການວິໄຈດິນແລ້ວ ເຊິ່ງເໝາະສົມແກ່ການຜະລິດເຂົ້າປະມານ 8.000 ເຮັກຕາ, ດິນປູກພືດ 6.000 ເຮັກຕາ, ຢາງພາລາ 15.000 ເຮັກຕາ,  ແມ່ນ້ຳຫຼາຍສາຍທີ່ໄຫຼຜ່ານຕະຫຼອດປີທີ່ມີເງື່ອນໄຂ ກໍ່ສ້າງຊົນລະປະທານ ເພື່ອສະໜອງນ້ຳເຂົ້າໃນການຜະລິດ ແລະ ການດຳລົງຊີວິດຂອງປະຊາຊົນ ເປັນຕົ້ນແມ່ນ: ນ້ຳຄ່ອມ, ນ້ຳງຶ່ມ, ນ້ຳມ່າວ, ນ້ຳແນ່ນ ແລະ ແມ່ນ້ຳອື່ນໆ.

      – ເມືອງຊຽງຮ່ອນ ມີດ່ານປະເພນີແລກປ່ຽນສິນຄ້າຊາຍແດນ ລາວ-ໄທ ຈຳນວນ 2 ດ່ານ ທີ່ເປັນທ່າແຮງໃນການແລກປ່ຽນຊື້-ຂາຍສິນຄ້າ, ມີແຫຼ່ງທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳຫຼາຍແຫ່ງທີ່ເປັນເອກະລັກຂອງເມືອງ.

     – ບັນດາພື້ນຖານໂຄງລ່າງດ້ານເສດຖະກິດສ່ວນຫຼາຍແມ່ນໄດ້ຮັບການກໍ່ສ້າງສຳເລັດ ເປັນຕົ້ນແມ່ນ: ລະບົບຊົນລະປະທານ, ເສັ້ນທາງລົດສາມາດເຂົ້າເຖິງທຸກໆບ້ານ ແລະ ກຸ່ມບ້ານພັດທະນາ, ເສັ້ນທາງລະຫວ່າງເມືອງຕໍ່ເມືອງ, ອອກສູ່ນ້ຳຂອງ ແລະ ອອກສູ່ປະເທດໄທ.

     -ມີບຸກຄະລາກອນຈຳນວນໜຶ່ງທີ່ມີຄວາມຮູ້ຄວາມສາມາດໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ.

     – ປະຊາຊົນບັນດາເຜົ່າສ່ວນຫຼາຍມີຄວາມພ້ອມ ແລະ ຮັບຮູ້ ໃນການເຊື່ອມຊືມຕໍ່ແນວທາງນະໂຍບາຍຂອງພັກ ແລະ ເຂົ້າໃຈຕໍ່ການພັດທະນາເສດຖະກິດ-ສັງຄົມຂອງເມືອງ.

    – ມີຫຼາຍຊົນເຜົ່າ, ວັດທະນະທຳຫຼາກຫຼາຍ ແລະ ອຸດົມສົມບຸນ.

     – ມີຈຸດປະກົດແຮ່ທາດຫຼາຍສະນິດ ເຊັ່ນ: ມີບໍ່ຫີນແຮ່ ແລະ ຫີນຜາ ເພື່ອນຳໃຊ້ເຂົ້າໃນການກໍ່ສ້າງຂົວ-ທາງ ແລະ ເຄຫາສະຖານ ຫຼາຍແຫ່ງ.

  2. ສິ່ງທ້າທາຍ.
      1.) ສະພາບພາກພື້ນ ແລະ ສາກົນ.

       ມາເຖິງປັດຈຸບັນ ເຖິງແມ່ນວ່າເສດຖະກິດຂອງໂລກ ໄດ້ມີສັນຍານຟື້ນຕົວຈາກວິກິດການທາງດ້ານເສດຖະກິດ ແລະ ການເງິນຈໍານວນໜຶ່ງກໍຕາມ ແຕ່ໃນຊຸມປີຕໍ່ໜ້າຄາດວ່າເສດຖະກິດຂອງພາກພື້ນ ແລະ ໂລກ ອາດມີການປ່ຽນແປງຢູ່ຕະຫຼອກເວລາ, ຫຼາຍຂົງເຂດອາດຈະມີບັນຫາ ແລະ ຂໍ້ຂັດແຍ່ງທາງດ້ານການເມືອງ ອາດຈະຍັງບໍ່ສາມາດແກ້ໄຂໄດ້ ເຊິ່ງເປັນອຸປະສັກຕໍ່ສະຖຽນລະພາບທາງດ້ານເສດຖະກິດສັງຄົມໃນພາກພື້ນ ແລະ ໃນໂລກ, ການເຊື່ອມໂຍງ ແລະ ການຮ່ວມມືທາງດ້ານເສດຖະກິດໄດ້ມີການແຂ່ງຂັນກັນຫຼາຍຂຶ້ນ ເປັນຕົ້ນແມ່ນການເຂົ້າຮ່ວມການຄ້າເສລີ ແລະ ປະຊາຄົມເສດຖະກິດອາຊຽນ, ການປ່ຽນແປງດິນຟ້າອາກາດຂອງໂລກ ອາດຈະເຮັດໃຫ້ເກີດໄພພິບັດ.

       2.) ສະພາບພາຍໃນ

     – ປະຊາຊົນຈຳນວນໜຶ່ງຍັງທຸກຍາກ, ດຳລົງຊີວິດຕິດພັນກັບທຳມະຊາດ, ເນື້ອທີ່ການຜະລິດສ່ວນໃຫຍ່ຍັງບໍ່ທັນໄດ້ບຸກເບີກ ແລະ ນຳໃຊ້ເຂົ້າໃນການຜະລິດໃຫ້ມີມູນຄ່າເພີ່ມ.

      – ພື້ນຖານໂຄງລ່າງດ້ານຄົມມະນາຄົມຍັງບໍ່ທັນຮອງຮັບໃຫ້ແກ່ການຜະລິດ ແລະ ການຂົນສົ່ງໄດ້ຕະຫຼອດປີ; ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງຍັງມີໜ້ອຍ.

    – ກໍາລັງການຜະລິດຕົ້ນຕໍ (ຊາວກະສິກອນ) ຍັງມີລະດັບຄວາມຮູ້ດ້ານວິຊາການ ແລະ ສີມືແຮງງານຕໍ່າ ແລະ ການຜະລິດຍັງນໍາໃຊ້ເຕັກນິກຕໍ່າ.

    – ມີຄວາມຈໍາກັດທາງດ້ານຊັບພະຍາມະນຸດ ແລະ ການພັດທະນາທາງດ້ານສີມືແຮງງານ ໂດຍສະເພາະແມ່ນຄວາມຮູ້ຄວາມສາມາດຂອງພະນັກງານລັດ, ເອກະຊົນ ຍັງບໍ່ທັນຕອບສະໜອງໃນເງື່ອນໄຂ ທີ່ປະເທດກຳລັງເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ.

     – ຄວາມສາມາດແຂ່ງຂັນຂອງພາກເອກະຊົນຍັງບໍ່ທັນສູງ ຄຸນນະພາບຂອງການລົງທຶນໃສ່ການບໍລິການຂັ້ນພື້ນຖານທາງດ້ານສັງຄົມຍັງບໍ່ທັນຮັບປະກັນ.

     – ທຶນຮອນໃນການພັດທະນາມີຈໍາກັດ, ໜີ້ສິນຂອງພາກລັດຍັງກວມອັດຕາສູງ ເຊິ່ງເປັນຄວາມທ້າທາຍຂອງການຮັກສາສະຖຽນລະພາບທາງດ້ານເສດຖະກິດ;

      – ການຈັດຕັ້ງປະຕິບັດນິຕິກໍາຕ່າງໆບໍ່ເຂັ້ມງວມ, ປະກົດການຫຍໍ້ທໍ້ໃນສັງຄົມຍັງມີຢູ່, ປະກົດການໄພທໍາມະຊາດເຫັນວ່າເກີດຂຶ້ນຫຼາຍ ເປັນຕົ້ນພາຍຸ, ໄພແຫ້ງແລ້ງ, ໄພນໍ້າຖ້ວມ, ພະຍາດສັດຕູພືດລະບາດ ແລະ ອາກາດມີການປ່ຽນແປງ ເຊິ່ງເປັນອຸປະສັກໃນການພັດທະນາເສດຖະກິດສັງຄົມ.

ຈັງຫວະການພັດທະນາຢູ່ພາຍໃນເມືອງ

ໂຄງປະກອບທາງດ້ານເສດຖະກິດ


ກົດແຊຣ໌