8 ກຸ່ມຜະລິດກະສິກຳຂອງເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຮັບກົນຈັກກະສິກຳ

        ພິທີມອບ-ຮັບ ກົນຈັກກະສິກຳໃຫ້ກັບກຸ່ມຜະລິດກະສິກຳເປັນສິນຄ້າເມືອງຊຽງຮ່ອນ ແຂວງໄຊຍະບູລີ ພິທີໄດ້ຈັດຂື້ນ ໃນວັນທີ 31 ພຶດສະພາ 2023ນີ້ ຢູ່ທີ່ຫ້ອງການກະສິກຳ ແລະປ່າໄມ້ເມືອງ ໂດຍການເປັນປະທານຂອງທ່ານ ແສງອາທິດ ລາວເບຼຍຢາທໍ່ ຮອງເຈົ້າເມືອງຜູ້ຊີ້ນຳຂົງເຂດເສດຖະກິດ  ມີຫົວໜ້າຫ້ອງການ ພາກສ່ວນທີ່ກ່ຽວຂອງຂັ້ນເມືອງ ອົງການປົກຄອງບ້ານ ແລະ ກຸ່ມຜະລິດກະສິກຳເປັນສິນຄ້າເຂົ້າຮ່ວມ.

Read more

ຫ້ອງການສາທາລະນະສຸກເມືອງຊຽງຮ່ອນສ້າງຂະບວນການຕ້ານພະຍາດໄຂ້ເລືອດອອກ

ເພື່ອເປັນການສະກັດກັ້ນຕ້ານການລະບາດພະຍາດໄຂ້ເລືອດອອກໃນຊ່ວງລະດູຝົນນີ້ ທາງຫ້ອງການສາທາລະນະສຸກເມືອງຊຽງຮ່ອນໄດ້ຈັດ ກອງປະຊຸມຮ່ວມແຮງຮ່ວມໃຈຕ້ານພະຍາດໄຂ້ເລືອດອອກ ກອງປະຊຸມໄດ້ຈັດຂື້ນໃນວັນທີ 31 ພຶດສະພາ 2023ນີ້ ຢູ່ທີ່ຫ້ອງການບ້ານປ່າຫວ້ານ ເມືອງຊຽງຮ່ອນ ໂດຍການເປັນປະທານຂອງທ່ານ ບຸນຈັນ ແກ້ວວິຊາ ຮອງເຈົ້າເມືອງຊຽງຮ່ອນ ຜູ້ຊີ້ນຳຂົງເຂດວັດທະນະທຳສັງຄົມ ມີຂະແໜງການທີ່ກ່ຽວຂ້ອງ ມີອົງການປົກຄອງບ້ານປ່າຫວ້ານແລະບ້ານໃກ້ຄຽງ ພະນັກງງານແພດໝໍ ແລະ ປະຊາຊົນພາຍໃນບ້ານປ່າຫວ້ານເຂົ້າຮ່ວມ.  

Read more

ເມືອງຊຽງຮ່ອນຈັດພິທີສອບເສັງ ຈົບຊັ້ນສາຍສາມັນ ຂັ້ນ ປ.5

         ເມືອງຊຽງຮ່ອນໄດ້ຈັດພິທີເປີດຫົວບົດສອບເສັງ ຈົບຊັ້ນປະຖົມສຶກສາ ປ5 ທົ່ວເມືອງຂື້ນ ໂດຍປະຕິບັດຕາມແຈ້ງການຂອງທ່ານຫົວໜ້າພະແນກສືກສາທິການ ແລະ ກິລາແຂວງ ສະບັບເລກທີ 1942/ສກຂ.ຊຍ, ລົງວັນທີ 23 ພຶດສະພາ 2023 ກ່ຽວກັບການສອບເສັງ ຈົບຊັ້ນສາຍມັນສຶກສາ ຂັ້ນ ປ.5, ມ.4 ແລະ

Read more

ທ່ານເຈົ້າເມືອງຊຽງຮ່ອນເຄື່ອນໄຫວເຮັດວຽກຢູ່ເຂດບ້ານມົກສະຕຸ

ໃນວັນທີ 30 ພຶດສະພາ 2023ນີ້ ທ່ານ ກົງທອງ ສິດທິໄຊ ເຈົ້າເມືອງຊຽງຮ່ອນ ໄດ້ລົງເຄື່ອນໄຫວເຮັດວຽກ ກວດກາບັນຫາສະເໜີຂອງອົງການປົກຄອງບ້ານ ເຂດບ້ານມົກສະຕຸເມືອງຊຽງຮ່ອນ ແຂວງໄຊຍະບູລີ ໃນການລົງເຄື່ອນໄຫວຄັ້ງນີ້ມີທີມງານຫ້ອງການໂຍທາທິການ ແລະຂົນສົ່ງ, ຫ້ອງການແຮງງານ ແລະຫວັດດີການສັງຄົມ, ກໍາລັງປ້ອງກັນຊາດ ແລະສູນບໍລິການໄຟ້າເມືອງຊຽງຮ່ອນ. ໂອກາດທີ່ລົງເຄື່ອນໄຫວຄັ້ງນີ້ໂດຍອີງໃສ່ການສະເໜີຂອງອົງການປົກຄອງບ້ານເຂດບ້ານມົກສະຕຸ ຕໍ່ກອງປະຊຸມອົງການປົກຄອງເມືອງປະຈຳເດືອນເມສາ

Read more