ສສຊ ເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝວິສາມັນເທື່ອທີ 1 ຢູ່ເມືອງຊຽງຮ່ອນ

ກົດແຊຣ໌

           ໃນວັນທີ​ 28 ກັນຍາ​ 2021​ນີ້ ​ຢູ່ທີ່ສະໂມສອນຂອງເມືອງ ຊຽງຮ່ອນ​ ແຂວງໄຊຍະບູລີ ໄດ້ຈັດພິທີເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝວິ​ສາ​ມັນ​ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 7​ ແຂວງໄຊຍະບູລີ​ ໂດຍໃຫ້ກຽດເຜີຍແຜ່ຂອງທ່ານ​ ເພັງນິລັນ​ ຄໍາພັນເພັງ​ ສະມາຊິກສະພາແຫ່ງຊາດ​ ປະຈໍາເຂດເລືອກຕັ້ງທີ7​ ປະທານ​ສະພາປະຊາຊົນແຂວງໄຊຍະບູລີ,​ ໂດຍການເຂົ້າຮ່ວມຂອງທ່ານ ກົງທອງ ສິດທິໄຊ ເຈົ້າເມືອງໆຊຽງຮ່ອນ​ ມີບັນດາຄະນະປະຈໍາພັກເມືອງ ​ ກໍາມະການພັກເມືອງ,​ ຫົວໜ້າ​, ຮອງຫ້ອງການ, ກົມກອງອ້ອມຂ້າງເມືອງເຂົ້າ​ຮ່ວມ​ຢ່າງ​ພ້ອມ​ພຽງ.

        ໃນການລົງເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝວິສາມັນ​ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX​ ​ ໂດຍໄດ້​ສຸມ​ໃສ່​​ປະ​ກອບ​ຄໍາ​ເຫັນ​ໃສ່​ບັນ​ຫາ​ສຳ​ຄັນພື້ນຖານຂອງປະເທດຊາດ​ ​ໄດ້​ປຶ​ກ​ສາ​ຫາ​ລື ແລະ ຮັບ​ຮອງ​ເອົາວາລະແຫ່ງຊາດ​ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ວາລະແຫ່ງຊາດ​ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ​ປຶ​ກ​ສາ​ຫາ​ລື ແລະ ຮັບ​ຮອງກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ກັບ​ວາ​ລະ​ແຫ່ງ​ຊາດ ຈຳ​ນວນ 5 ສະ​ບັບຄື: ກົດ​ໝາຍ​ວ່າ​ດ້ວຍ ​ການ​ຄຸ້ມ​ຄອງ​ສ່ວຍ​ສາ​ອາ​ກອນ, ກົດ​ໝາຍ​ວ່າ​ດ້ວຍ ​ອາ​ກອນ​ມູນ​ຄ່າ​ເພີ່ມ, ກົດ​ໝາຍ​ວ່າ​ດ້ວຍ ​ອາ​ກອນ​ລາຍ​ໄດ້, ກົດ​ໝາຍ​ວ່າ​ດ້ວຍ ​ອ​າ​ກອ​ນຊົມ​ໃຊ້ ແລະ ກົດໝາຍວ່າດ້ວຍ ຢາເສບຕິດ. ນອກນັ້ນ, ກອງ​ປະ​ຊຸມ​ຍັງ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັ​ບ​ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ມາດຕະການແກ້ໄຂຜົນກະທົບຈາກການແຜ່ລະບາດຂອງໂຄວິດ 19 ນອກນີ້, ຍັງໄດ້ນຳສະເໜີພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ມາເຜີຍແຜ່ເຊື່ອມຊືມໃຫ້ຜູ້ມີສິດເລືອກຕັ້ງ ໄດ້ຮັບຮູ້​ ແລະ ໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ຖັນແຖວພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ຮັບຮູ້ຢ່າງກວ້າງຂວາງ ແລະ ທົ່ວເຖີງ. ພ້ອມດຽວກັນນັ້ນ ສະມາຊິກສະພາຍັງໄດ້ລົງເຜີຍແຜ່ຜົນສຳເລັດໃຫ້ຜູ້ມີສິດເລືອກຕັ້ງຢູ່ 3 ຈຸດຄື: ບ້ານ ທາດ, ບ້ານ ປົ່ງແປ້ນ ແລະ ບ້ານ ນາອອນ ຕື່ມອິກ.

ໂດຍ: ດອນ ຂຽວພະນາ ຖວທ ມ ຊຽງຮ່ອນ 020 5544 3362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *