ການປຶກສາຫາລືຜົນກະທົບ ແລະ ການກໍ່່ສ້າງຕໍ່່ເຕີມຊົນລະປະທານນໍ້າຄອມ2

ກົດແຊຣ໌

       ກອງປະຊຸມປຶກສາຫາລືຜົນກະທົບການກໍ່່ສ້າງຕໍ່່ເຕີມສັນຝາຍຊົນລະປະທານນໍ້າຄອມ2 ໄດ້ຈັດຂື້ນໃນວັນທີ 15 ຕຸລາ 2021ນີ້ ຢູ່ທີ່ຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງຊຽງຮ່ອນ ໂດຍການເປັນປະທານຂອງທ່ານ ແສງອາທິດ ລາວເບຍຢາທໍ ຮອງເຈົ້າເມືອງໆຊຽງຮ່ອນ ຜູ້ຊີ້ນໍາວຽກງານເສດຖະກິດ ມີບັນດາຫົວໜ້າຫ້ອງການ ຄະນະກຳມະການຮັບຜິດຊອບໂຄງການ, ອົງການປົກຄອງບ້ານ ແລະ ຜູ້ໄດ້ຮັບຜົນກະທົບເຂດດັ່ງກ່າວເຂົ້າຮ່ວມ.

ໃນກອງປະຊຸມທ່ານ ຄຳປຸ່ນ ທອງສະໄໝ ຫົວໜ້າໜ່ວຍງານ ຊົນລະປະທານ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊຽງຮ່ອນ ໄດ້ລາຍງານແຜນການກໍ່ສ້າງຕໍ່ເຕີມຊົນລະປະທານນໍ້າຄອມ2 ໂຄງການດັ່ງກ່າວນີ້ເປັນໂຄງການເກັບຮັກສານໍ້າ ແລະ ສະໜອງນໍ້າໃສ່ໜອງຊາງທີ່ທາງເມືອງໄດ້ກໍານົດໃຫ້ເປັນແຫຼ່ງທ່ອງທ່ຽວຂອງເມືອງ  ສໍາລັບຜົນກະທົບຂອງໂຄງການຕໍ່ພື້ນທີ່ທຳການຜະລິດປະຊາຊົນມີຈຳນວນ 23 ຄອບຄົວ ເນື້ອທີ່ 1,6 ເຮັກຕາ ຂະໜາດຂອງການກໍ່ສ້າງ ແມ່ນຕໍ່ສັນຝາຍຂື້ນຕື່ມ 1,20 ເເມັດ ໂດຍແມ່ນບໍລິສັດ ບີແອັມ ກໍ່ສ້າງ-ຂົວທາງ ເຄຫະສະຖານ ແລະ ຊົນລະປະທານ ຈຳກັດ ເປັນຜູ້ຮັບເໝົາ ກຳນົດການກໍ່ສ້າງ 6 ເດືອນ ເລີ່ມແຕ່ ເດືອນຕຸລາ 2021 – ເດືອນມີນາ 2022 ໃຫ້ສຳເລັດ ມູນຄ່າການກໍ່ສ້າງ ທັງໝົດ  2.365.743.000  ກີບ ຖ້າໂຄງການນີ້ສຳເລັດນອກຈາກສະໜອງນໍ້າໃສ່ໜອງຊາງແລ້ວຍັງຈະສາມາດສະໜອງນໍ້າໃສ່ນາໃຫ້ຊາວກະສິກອນໄດ້ອີກຕື່ມ 10 ກ່ວາເຮັກຕາ ຕອນທ້າຍຜູ້ເຂົ້າຮ່ວມຍັງພ້ອມກັນປະກອບຄຳຄິດຄຳເຫັນຕໍ່ກັບຜົນກະທົບໃນການກໍ່ສ້າງ ຈາກນັ້ນທາງວິຊາການກ່ຽວຂ້ອງໄດ້ຂຶ້ນຊີ້ແຈງແຜນການ,ວິທີການໃນການກໍ່ສ້າງເພື່ອຈະເຮັດໃຫ້ມີຜົນກະທົບນ້ອຍທີ່ສຸດຕໍ່ທີ່ດິນທຳການຜະລິດ ແລະຜົນລະປູກຂອງພໍ່ແມ່ປະຊາຊົນ.

ໂດຍ: ດອນ ຂຽວພະນາ 020 55443362.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *