ໜ້າຫຼັກ
ຍິນດີສໍາພັດຄວາມຫລາກຫລາຍແຫລ່ງທ່ອງທ່ຽວ ແລະ ວັດທະນະທໍາອັນຊົງຄຸນຄ່າຢູ່ທີ່ເມືອງຊຽງຮ່ອນ.
ເມືອງຊຽງຮ່ອນ ແຂວງໄຊຍະບູລີ. ເປັນເຂດດິນດໍານໍ້າໃສ ມີປ່າໄມ້ປົກຄຸມຂຽວສະອູ້ມຕະຫລອດປີ ເມືອງຊຽງຮ່ອນຫ່າງຈາກເທດສະບານແຂວງໄຊຍະບູລີທາງທິດຕາເວັນຕົກສ່ຽງເໜືອປະມານ 190 ກິໂລແມັດ ມີ 42 ບ້ານ, 6.786 ຄອບຄົວ, ພົນລະເມືອງ 34.627 ຄົນ,ຍິງ 17.076 ຄົນ. ມີ 6 ເຜົ່າ, ເຜົ່າກຶມມຸ ກວມເອົາ 31,83%ເຜົ່າລື້ ກວມເອົາ 26,9%ເຜົ່າຍວນ ກວມເອົາ20 9%ເຜົ່າມົ້ງ ກວມເອົາ 12,18%ເຜົ່າໄປຣ່ ກວມເອົາ4,28%ເຜົ່າລາວ ແລະເຜົ່າອື່ນໆ ກວມເອົາ 3,69%.ອາຊີບສ່ວນໃຫຍ່ຂອງຊາວກະສິກອນ ແມ່ນປູກຝັງ, ລ້ຽງສັດ ແລະ ບໍລິການຈໍານວນໜຶ່ງ.
ເມືອງຊຽງຮ່ອນປະກາດຮັບຮອງສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ
ໃນວັນທີ 31 ຕຸລາ 2020ນີ້ ຢູ່ທີ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດພິທີ ປະກາດ ແລະ ຮັບຮອງເອົາ ກຸ່ມຫັດຖະກຳຕໍ່າແຜ່ນແຜ ຜ້າຝ້າຍທຳມະຊາດຍ້ອມສີເປືອກດູ່ ລາຍລື້ນາອອນ-ດອນເຟືອງບ້ານໃໝ່ໜອງຊາງ ເມືອງຊຽງຮ່ອນ ໄດ້ຮັບຮອງເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ຫຼື ODOP ຂື້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ຄຳໄຊເລົາ ລືເຕຊາ ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງໄຊຍະບູລີ ມີທ່ານ ບຸນລ້ວນ ຊົມສີຫາປັນຍາ ເຈົ້າເມືອງໆຊຽງຮ່ອນ ມີບັນດາອຳນາດການປົກຄອງເມືອງ ແຂກຖືກເຊີນ ອຳນາດການປົກຄອງບ້ານ ແລະ ຫົວໜ່ວຍທຸລະກິດ ພ້ອມດ້ວຍມວນຊົນພາຍໃນເມືອງເຂົ້າຮ່ວມ.
ເມືອງຊຽງຮ່ອນສຳເລັດກອງປະຊຸມພຣະສົງທົ່ວເມືອງ
ເມືອງຊຽງຮ່ອນສຳເລັດກອງປະຊຸມພຣະສົງທົ່ວເມືອງ
ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວເມືອງຊຽງຮ່ອນ ຄັ້ງທີ 2 ຢູ່ທີ່ສະໂມສອນຂອງເມືອງ ໃນວັນທີ 21 ຕຸລາ 2020 ໂດຍ ເປັນປະທານຂອງ ພຣະຄູ ຄຸງຄຸນ ສຸດພະພັນ ເຈົ້າຄະນະ ອພສ ເມືອງເມືອງຊຽງຮ່ອນ ເປັນກຽດເຂົ້າຮ່ວມຂອງ ພຣະຫລຼັກຄໍາພັດທະລະສານນັນທິ ສົມພອນ ຄໍາຈະເລີນ ກໍາມະການສູນກາງ ອພສ , ຮອງເຈົ້າຄະນະ ອພສ ແຂວງໄຊຍະບູລີ ພ້ອມດ້ວຍຄະນະ ມີທ່ານ ອິນຕາ ນິ້ມນວນ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີແຂກເຊີນ ນາຍບ້ານ ແລະ ປະທານແນວໂຮມບ້ານພ້ອມດ້ວຍພຣະສົງ-ສາມະເນນໃນທົ່ວເມືອງເຂົ້າຮ່ວມຢ່າງພ້ອມພຽງ