ໜ້າຫຼັກ
ປະທານສະພາແຫ່ງຊາດລົງເຄື່ອນໄຫວຢູ່ເມືອງຊຽງຮ່ອນ
ປະທານສະພາແຫ່ງຊາດລົງພົບປະອຳນາດການປົກຄອງເມືອງຊຽງຮ່ອນ
ໃນວັນທີ 17 ທັນວາ 2020 ນີ້ ຢູ່ທີ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ທ່ານ ນາງ ປານີ ຢາທໍຕູ້ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໄດ້ລົງເຄື່ອນໄຫວຢ້ຽມຍາມ ຕິດຕາມການຈັດຕັ້ງປະຕິບັດການກະກຽມການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຄັ້ງທີ IX ແລະ ສະພາປະຊາຊົນ ຄັ້ງທີ II ຂອງແຂວງໄຊຍະບູລີ ໂດຍການເປັນກຽດຕ້ອນຮັບຂອງທ່ານ ປອ ສົມລິດ ເປືອກແກ້ວ ປະທານສະພາປະຊາຊົນແຂວງໄຊຍະບູລີ ມີທ່ານ ບຸນລ້ວນ ຊົມສີຫາປັນຍາ ເລຂາຄະນະບໍລິຫານງານພັກເມືອງເຈົ້າເມືອງໆຊຽງຮ່ອນ ມີບັນດາທ່ານ ຄະນະປະຈຳພັກແຂວງ, ອຳນາດການປົກຄອງເມືອງອ້ອມຂ້າງ ເມືອງເງິນ, ເມືອງຄອບ ແລະ ເມືອງຫົງສາ, ມີພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງຊຽງຮ່ອນ ພະນັກງານ ອາວຸດໂສບໍານານ ຕະຫຼອດຮອດອຳນາດການປົກຄອງບ້ານ 14 ບ້ານເທດສະບານເຂົ້າຮ່ວມ.
ຄະນະຊີ້ນຳການສຳຫຼວດສະຖິຕິກະສະກຳທົ່ວປະເທດຄັ້ງທີ່ III ຂັ້ນສູນກາງ ເຄື່ອນໄຫວຢູ່ເມືອງຊຽງຮ່ອນ
ຄະນະຊີ້ນຳການສຳຫຼວດກະສິກຳທົ່ວປະເທດຄັ້ງທີ III ໄດ້ລົງຕິດຕາມ ແລະ ຊຸກຍູ້ນັກເດີນສຳຫຼວດຢູ່ເມືອງຊຽງຮ່ອນ ເຊິ່ງນຳພາໂດຍທ່ານ ຮອງສາດສະດາຈານ ລິນຄຳ ດວງສະຫວັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍທີມງານ.
ກອງບັນຊາການທະຫານເມືອງຈັດພິທີແຮກສ່ຽວກັບບ້ານຄໍ້າ
ເພື່ອເປັນການຜັນຂະຫຍາຍ ຂໍຕົກລົງ ຂອງກອງທັບປະຊາຊົນລາວ ສະບັບ ເລກທີ 459/ ກປທ ວ່າດ້ວຍການລົງກໍ່ສ້າງຮາກຖານການເມືອງຕາມມູນເຊື້ອ ແລະ ແຮກສ່ຽວລະຫວ່າງ ກອງທັບກັບ ປະຊາຊົນ ໃຫ້ປະຜົນເປັນຈິງ ດັ່ງນັ້ນ ກອງບັນຊາການທະຫານເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ພິທີແຮກສ່ຽວກັບ ອຳນາດການປົກຄອງ ແລະ ປະຊາຊົນ ບ້ານຄໍ້າ ເມືອງຊຽງຮ່ອນ ຂື້ນໃນວັນທີ 9 ທັນວາ 2020 ນີ້ຢູ່ທີ່ບ້ານຄໍ້າ ໂດຍການເປັນປະທານຂອງທ່ານ ພັທ ສົມຊາຍ ພອນປະດິດ ຄະນະປະຈຳພັກເມືອງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານເມືອງຊຽງຮ່ອນ ເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນລ້ວນ ຊົມສີຫາປັນຍາ ເລຂາຄະນະບໍລິຫານງານພັກເມືອງເຈົ້າເມືອງໆຊຽງຮ່ອນ ມີຄະນະພັກຄະນະບັນຊາ ນາຍ ແລະ ພົນທະຫານ ອຳນາດການປົກຄອງບ້ານ ແຂກຖືກເຊີນ ຕະຫຼອດຮອດປະຊາຊົນພາຍໃນບ້ານເຂົ້າຮ່ວມ.
ພິທີໂຮມຊຸມນຸມສະເຫີມສະຫຼອງວັນຊາດທີ 2 ທັນວາ
ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງ 2 ວັນສຳຄັນຂອງຊາດຄື: ວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ພິທີໄດ້ຈັດຂື້ນໃນວັນທີ 2 ທັນວາ 2020 ນີ້ ຢູ່ທີ່ເດີ່ນກິລາເມືອງ ໂດຍການເປັນກຽດປາຖະກະຖາຂອງທ່ານ ອິນຕາ ນິ້ມນວນ ຮອງເລຂາຄະນະບໍລິຫານງານພັກເມືອງ ມີບັນທ່ານດາທ່ານ ຄະນະປະຈຳພັກເມືອງ ພັກກຳມະການພັກເມືອງ ພະນັກງານ ທະຫານ ຕຳຫຼວດ ອຳນາດການປົກຄອງບ້ານ ນັກຮຽນ ນັກສຶກສາ ຊາວໜຸ່ມ ເຍົາວະຊົນ ຕະຫອດຮອດປະຊາຊົນ 14 ບ້ານເທດສະບານເຂົ້າຮ່ວມຢ່າງພ້ອມພຽງ.