ຍິນດີສໍາພັດຄວາມຫລາກຫລາຍແຫລ່ງທ່ອງທ່ຽວ ແລະ ວັດທະນະທໍາອັນຊົງຄຸນຄ່າຢູ່ທີ່ເມືອງຊຽງຮ່ອນ.
ເມືອງຊຽງຮ່ອນ ແຂວງໄຊຍະບູລີ. ເປັນເຂດດິນດໍານໍ້າໃສ ມີປ່າໄມ້ປົກຄຸມຂຽວສະອູ້ມຕະຫລອດປີ ເມືອງຊຽງຮ່ອນຫ່າງຈາກເທດສະບານແຂວງໄຊຍະບູລີທາງທິດຕາເວັນຕົກສ່ຽງເໜືອປະມານ 190 ກິໂລແມັດ ມີ 42 ບ້ານ, 6.786 ຄອບຄົວ, ພົນລະເມືອງ 34.627 ຄົນ,ຍິງ 17.076 ຄົນ. ມີ 6 ເຜົ່າ, ເຜົ່າກຶມມຸ ກວມເອົາ 31,83%ເຜົ່າລື້ ກວມເອົາ 26,9%ເຜົ່າຍວນ ກວມເອົາ20 9%ເຜົ່າມົ້ງ ກວມເອົາ 12,18%ເຜົ່າໄປຣ່ ກວມເອົາ4,28%ເຜົ່າລາວ ແລະເຜົ່າອື່ນໆ ກວມເອົາ 3,69%.ອາຊີບສ່ວນໃຫຍ່ຂອງຊາວກະສິກອນ ແມ່ນປູກຝັງ, ລ້ຽງສັດ ແລະ ບໍລິການຈໍານວນໜຶ່ງ.
ອິງໃສ່ທ່າແຮງໃນການພັດທະນາວຽກງານທ່ອງທ່ຽວກໍ່ແມ່ນໜຶ່ງໃນບົດບາດທີ່ສໍາຄັນຕໍ່ການພັດທະນາເມືອງຊຽງຮ່ອນ ເຊິ່ງແຫລ່ງທ່ອງທ່ຽວທາງດ້ານທໍາມະຊາດ ແລະ ວັດທະນະທໍາທີ່ສຳຄັນລໍຖ້າການມາແອ່ວຢາມຂອງນັກທ່ອງທ່ຽວເຊັ່ນ ພະທາດຊຽງລົມເປັນພະທາດເກົ່າແກ່ດວງໜຶ່ງຂອງແຂວງໄຊຍະບູລີ ສ້າງຂຶ້ນເມື່ອ ຄສ 1503 ຈສ 865 ໃຊ້ດິນທີ່ຂຸດມາຈາກໜອງສ້າງ ປະຈຸບັນປ່ຽນຊື່ເປັນໜອງຊາງມາປັ້ນດິນຈີ່ເພື່ອກໍ່ສ້າງພະທາດຕັ້ງສະຫງ່າຢູ່ບ້ານທາດໃຈກາງເມືອງຕິດພັນກັບພຣະປາງປະທານພອນ ພຸດທະປາລະມີສີຊຽງຮ່ອນ, ຮອຍຕີນພະບາດຢູ່ວັດບ້ານລັບ, ຖໍ້າອຸຕຸມຄໍາບ້ານຂິ່ງ,ຖໍ້າເສົາຫີນພັນປີ ບ້ານປົ່ງ, ຖໍ້ານໍ້າລອດຮູບ້ານກູກແກ້ວ, ຖໍ້າທະນີ ບ້ານນາອອນ,ຖໍ້ານໍ້າຄ່ອມ ຂຸນແມ່ນໍ້າຄ່ອມ, ນໍ້າຕົກຕາດຫ້ວຍສະເຄັງ ເຂດມົກສະຕຸ, ນໍ້າຕົກຕາດຫ້ວຍແລ ເຂດກຸ່ມປາກເປັດ, ແຫລ່ງທ່ອງທ່ຽວຫາດໄຊມັງກອນລ່ອງເຮືອລໍານໍ້າງື່ມ,ນັ່ງຊົມວິວທີ່ຮ້ານອາຫານລານນາ ແລະ ນັ່ງລໍຖ້າຊົມອັດສະດົງລົງແລງທີ່ອ່າງນໍ້າມ່າວ ບ້ານແກ່ນ.
ສໍາພັດອາກາດໜາວໄດ້ໃນລະດູໜາວນີ້ພວກເຮົາຍັງມີສິ່ງອຳນວຍຄວາມສະດວກເຊັ່ນມີ ເຮືອນພັກສະອາດ 9 ແຫ່ງ, 145 ຫ້ອງນອນ ມີທັງຕຽງດ່ຽວ ຕຽງຄູ່ໄວ້ບໍລິການ. ມີຮ້ານອາຫານທີ່ແຊບຊ້ອຍ ຄົນຍວນເອີ້ນວ່າ ອາຫານປື້ນບ້ານລໍາໆ 4 ແຫ່ງ, ຮ້ານບັນເທິງຄາລາໂອເກະ ອີກຈໍານວນໜຶ່ງ,ມີສະລອຍນໍ້າ ສວນນໍ້າບ້ານທາດ ແລະ ທ່ຽວຊົມວິຖີຊີວິດຂອງປະຊາຊົນບັນດາເຜົ່າ ກິນເຂົ້າກໍ່າຕໍາຫວາຍຂົມ ສົມກັບຄໍາຂວັນ ອັນວ່າ ຊຽງຮ່ອນຜືນນາກວ້າງ ອຸດົມງາມທໍາມະຊາດ ອົງອາດພະທາດຊຽງລົມ ສຸກສົມປອງສຽງຊໍ-ຈ້ອຍຍວນ.
ບົດ ແລະ ພາບ ຈ ບ່າວຍວນ
ທີ່ມາ: FB: Bounchanh Keovisa