ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງເຄື່ອນໄຫວຢູ່ເມືອງຊຽງຮ່ອນ
ວັນທີ 10 ກຸມພາ 2021 ມື້ນີ້ຜູ້ຮັບສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ IX ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ຈໍານວນ 12 ທ່ານຍິງ 2 ທ່ານ ແລະ ຜູ້ຮັບສະໝັກເລືອກຕັ້ງ ສະພາປະຊາຊົນແຂວງ ຊຸດທີ II ປະຈຳເຂດເລືອກຕັ້ງເມືອງຊຽງຮ່ອນ ຈໍານວນ 5ທ່ານ ຍິງ2 ທ່ານ
ໄດ້ລົງເຄື່ອນໄຫວ ໂຄສະນາຫາສຽງຢູ່ເມືອງຊຽງຮ່ອນ ໂດຍການນຳພາຂອງທ່ານ ພົທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ທັງເປັນຜູ້ສະໝັກເລືອກຕັ້ງນໍ້າເບີ 1 ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 7ແຂວງໄຊຍະບູລີ ພ້ອມຜູ້ຮັບສະມັກສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນປະຈຳເຂດເລືອກຕັ້ງເຂົ້າຮ່ວມ.ໂດຍພາຍໃຕ້ການຕ້ອນຮັບຂອງທ່ານ ອິນຕາ ນິ້ມນວນ ຮອງເລຂາຄະນະບໍລິຫານງານພັກເມືອງຊຽງຮ່ອນ ພ້ອມດ້ວຍການນໍາຂອງເມືອງ, ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ ແລະ ປະຊາຊົນຕ້ອນຮັບຢ່າງອົບອຸ່ນ.
ການໂຄສະນາຫາສຽງຄັ້ງນີ້ ຜູ້ສະໜັກ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງໄດ້ຜັດປ່ຽນກັນສະເໜີຊື່ ແລະປະຫວັດການເຄື່ອນໄຫວຂອງຕົນເອງ ພ້ອມທັງສະເໜີຈຸດປະສົງໃນການລົງໂຄສະນາຫາສຽງຕາມ 3 ທັດສະນະໃຫຍ່ ໃນການປັບປຸງ, ບູລະນະລະບອບປະຊາທິປະໄຕປະຊາຊົນ ຈາກປະຊາຊົນ ໂດຍປະຊາຊົນ ແລະຜົນປະໂຫຍດປະຊາຊົນ ການສະເໜີຊື່ ແລະ ປະຫັວດການເຄື່ອນໄຫວ ຂອງຜູ້ສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດແລະ ສະມາຊິກສະພາປະຊາຊົນແຂວງເຊິ່ງໄດ້ເລີ່ມຈາກຜູ້ສະໝັກນໍ້າເບີ1 ຫານໍ້າເບີ 12 , ນໍ້າເບີ 1 ຫານໍ້າເບີ 5 ຕາມລໍາດັບ ຈາກນັ້ນຜູ້ສະໜັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ຍັງໄດ້ຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງ ກໍ່ຄືປະຊາຊົນລາວບັນດາເຜົ່າຈົ່ງໄດ້ຮ່ວມຈິດຮ່ວມໃຈເຂົ້າຮ່ວມຂະບວນການເລືອກຕັ້ງໃນຄັງນີ້ ໃຫ້ກາຍເປັນປາງບຸນໃຫຍ່ຂອງຊາດ, ເລືອກໄດ້ຜູ້ສະໝັກທີ່ມີມາດຖານເງື່ອນໄຂ, ມີຄວາມຮູ້ຄວາມສາມາດ,ມີວິໄສທັດທີ່ກວ້າງໄກ ເພື່ອມາເປັນຕົວແທນໃຫ້ປະຊາຊົນແລະ ນໍາພາປະຊາຊົນຫລຸດພົ້ນອອກຈາກຄວາມທຸກຍາກໄດ້ເທື່ອລະກ້າວ ເຊິ່ງທົ່ວເມືອງ ຊຽງຮ່ອນ ມີ 42ບ້ານ, ມີ 47 ໜ່ວຍເລືອກຕັ້ງ ມີປະຊາກອນທັງໝົດ 34.627 ຄົນ ຍິງ 17.076 ຄົນ ໃນນັ້ນຜູ້ມີສິດປ່ອນບັດເລືອກຕັ້ງ 20.182 ຄົນ, ຍິງ 10.054 ຄົນການລົງເຄື່ອນໄຫວຂອງ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້ເຄື່ອນຢູ່ 4 ຈຸດຄື: ໂຮງຮຽນມັດທະຍົມສົມບູນຊຽງຮ່ອນ, ເຂດບ້ານທົ່ງກາບ, ເຂດບ້ານ ມົກສະຕຸ ແລະ ສະໂມສອນຂອງເມືອງ.
ໂດຍ: ດອນ ຂຽວພະນາ 020 5544 3362