ຊົມເຊີຍການຈັດຕັ້ງບ້ານ ແລະ ປະຊາຊົນ ຮ່ວມມືກັນສ້າງເສັ້ນທາງເຂົ້າບ້ານດ້ວຍທຶນຕົນເອງ
ໃນວັນທີ 11 ມັງກອນ 2021ນີ້ ທ່ານ ປອ ສົມລິດ ເປືອກແກ້ວ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ ໄດ້ລົງຊຸກຍູ້, ຕິດຕາມການກໍ່ສ້າງທາງ ຍົກລະດັບ, ວາງທໍ່ເສັ້ນທາງ ຜັງບ້ານແກສີພົມ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໂດຍມີອຳນາດການປົກຄອງບ້ານຕ້ອນຮັບ.
ການກໍ່ສ້າງທາງ ຍົກລະດັບ ວາງທໍ່ ເສັ້ນທາງຜັງບ້ານ ແກສີພົມ ເປັນໂຄງການ ລົງທຶນຂອງປະຊາຊົນ 100% ເຊິ່ງເປັນທາງຍົກລະດັບ ວາງທໍ່ ເສັ້ນທາງຜັງບ້ານ ລວງຍາວຂອງເສັ້ນທາງທັງໝົດ 3.360 ແມັດ ອັດແໜ້ນໜ້າທາງດ້ວຍຫີນຄອມ ລວງກວ້າງຂອງໜ້າທາງຫຼັກແມ່ນ 6 ແມັດ ແລະ ລວງກ້ວາງຂອງທາງຊອຍ 4,5 ແມັດ ມູນຄ່າການກໍ່ສ້າງທັງໝົດ 344 ລ້ານກີບ ໂດຍແມ່ນທຶນຂອງພໍ່ແມ່ປະຊາຊົນ 100% ສ່ວນພາກລັດແມ່ນສະໜອງວິຊາການໃນການອອກແບບ ແລະ ຕິດຕາມການກໍ່ສ້າງ ທຶນດັ່ງກ່າວແມ່ນໄດ້ລະດົມຈາກຄອບຄົວພາຍໃນບ້ານ ແລະ ບ້ານດັ່ງກ່າວ ເປັນບ້ານທີ່ຕັ້ງຢູ່ເຂດຊານເມືອງຂອງເມືອງຊຽງຮ່ອນ ປະກອບມີ 236 ຄອບຄົວ 18 ໜ່ວຍຄຸ້ມຄອງພົນລະເມືອງ ມີພົນລະເມືອງທັງໜົດ 1040 ຄົນ, ຍິງ 646 ຄົນ ໂດຍແມ່ນ ບໍລິສັດ ໄຊຍາ ກໍ່ສ້າງຄົບວົງຈອນ ຈຳກັດ ເປັນຜູ້ຮັບເໝົາ ໄລຍະການກໍ່ສ້າງແມ່ນກຳນົດ 15 ວັນໃຫ້ສຳເລັດ ມາຮອດປະຈຸບັນການກໍ່ສ້າງສຳເລັດແລ້ວ 95%
ການກໍ່ສ້າງຄັ້ງນີ້ ແມ່ນເກີດຈາກຄວາມສາມັກຄີ ແລະ ຄວາມເປັນເອກະພາບຂອງປະຊາຊົນພາຍໃນບ້ານ ເພື່ອເຮັດໃຫ້ການຊົມໃຊ້ທາງພາຍໃນບ້ານມີຄວາມສະດວກດີຂື້ນ ແລະ ອິກດ້ານໜຶ່ງ ກໍ່ເພື່ອເປັນການປະຕິບັດຕາມແຜນພັດທະນາເສດຖະກິດສັງຄົມຂອງບ້ານທີ່ວາງໄວ້ ເຮັດໃຫ້ການສັນຈອນ ພາຍໃນບ້ານໃຫ້ມີຄວາມສະດວກດີຂື້ນເປັນກ້າວໆ. ໃນໂອກາດລົງຕິດຕາມການກໍ່ສ້າງໃນຄັ້ງນີ້ ປະທານ ສະພາປະຊາຊົນ ແຂວງໄຊຍະບູລີ ຍັງໄດ້ເໜັ້ນໜັກໃຫ້ ວິຊາການຕິດຕາມ ແລະ ບໍລິສັດ ຮັບເໝົາກໍ່ສ້າງຈົ່ງໄດ້ພ້ອມກັນເອົາໃຈໃສ່ກໍ່ສ້າງເສັ້ນທາງດັ່ງກ່າວໃຫ້ໄດ້ຕາມມາດຕະຖານເຕັກນິກທີ່ໄດ້ກຳນົດໄວ້.
ໂດຍ: ດອນ ຂຽວພະນາ 020 5544 3362