ໜ້າຫຼັກ
ເມືອງຊຽງຮ່ອນສຳເລັດການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງຊຸດທີ II

ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງເຄື່ອນໄຫວຢູ່ເມືອງຊຽງຮ່ອນ
ວັນທີ 10 ກຸມພາ 2021 ມື້ນີ້ຜູ້ຮັບສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ IX ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ຈໍານວນ 12 ທ່ານຍິງ 2 ທ່ານ ແລະ ຜູ້ຮັບສະໝັກເລືອກຕັ້ງ ສະພາປະຊາຊົນແຂວງ ຊຸດທີ II ປະຈຳເຂດເລືອກຕັ້ງເມືອງຊຽງຮ່ອນ ຈໍານວນ 5ທ່ານ ຍິງ2 ທ່ານ
ເມືອງຊຽງຮ່ອນຈັດພິທີປາຖະກະຖາວັນສ້າງຕັ້ງກອງທັບ ຄົບຮອບ 72 ປີ
ຕອນເຊົ້າເວລາ 6 ໂມງ ຂອງວັນທີ ວັນທີ 19 ມັງກອນ 2021 ນີ້ຢູ່ທີ່ອານຸສາວະລີ-ນັກຮົບນິລະນາມ ແລະ ອານຸສອນສະຖານ ປະທານ ໄກສອນ ພົມວິຫານ ອົງການປົກຄອງເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ພ້ອມກັນວາງພວງມາລາ ແລະ ກະຕ່າດອກໄມ້ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ ທີ່ໝູນມາບັນຈົບຄົບຮອບອີກວາລະໜື່ງ ແລະ ໃນໂອກາດດຽວກັນກໍ່ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ ໂດຍມີທ່ານ ບຸນລ້ວນ ຊົມສີຫາປັນຍາ ເລຂາຄະນະບໍລິຫານງານພັກເມືອງເຈົ້າເມືອງໆຊຽງຮ່ອນ ,ມີຄະນະປະຈຳພັກເມືອງ ກຳມະການພັກເມືອງ, ຫົວໜ້າຫ້ອງການ, ຄະນະພັກຄະນະບັນຊາ, ພະນັກງານຫລັກແຫຼ່ງ ຕະຫລອດຮອດ ການຈັດຕັ້ງບ້ານເຂົ້າຮ່ວມ .
ໃນພິທີທ່ານ ບຸນລ້ວນ ຊົມສີຫາປັນຍາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆຊຽງຮ່ອນ ໄດ້ເລົ່າປະຫວັດຄວາມເປັນມາ, ຄວາມໝາຍຄວາມສຳຄັນ, ຜົນງານ ແລະ ມູນເຊື້ອຂອງກອງທັບປະຊາຊົນລາວ ໃນໄລຍະຜ່ານມາ, ພາຍໃຕ້ການຊີ້ນຳ ນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ, ເຊິ່ງໄດ້ເຮັດໃຫ້ກອງທັບ ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງຢ່າງຕໍ່ເນື່ອງ ທັງດ້ານປະລິມານ ແລະ ຄຸນນະພາບ, ໂດຍຜ່ານການເຝິກຝົນຫລໍ່ຫຼອມ ແລະ ທົດສອບ ໃນແປວໄຟຂອງສົງຄາມຕໍ່ສູ້ເພື່ອຍາດເອົາເອກະລາດແຫ່ງຊາດ ກອງທັບປະຊາຊົນລາວໄດ້ສ້າງວິລະກຳອັນລ້ຳເລີດ ສ້າງປະຫວັດສາດ ໃນຍຸກໃໝ່ ແລະ ມູນເຊື້ອວິລະຊົນ ຂອງຊາດລາວ ວິລະຊົນຢ່າງສະຫງ່າງາມ.
ຜ່ານໄລຍະ 72 ປີ ກອງທັບປະຊາຊົນລາວ ໄດ້ເຮັດພາລະກິດປົດປ່ອຍຊາດ ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຜ່ານແປວໄຟແຫ່ງສົງຄາມຕໍ່ສູ້ເພື່ອປົດປ່ອຍປະເທດຊາດຢ່າງລະອິດລະອ້ຽວ, ຈົນພາໃຫ້ເກີດມີວິລະຊົນ ນັກຮົບແຂ່ງຂັນຫຼາຍຮ້ອຍຫຼາຍພັນຄົນໃນໄລຍະຕໍ່ມາ ສະນັ້ນຈຶ່ງເວົ້າໄດ້ວ່າ ກອງທັບປະຊາຊົນລາວ ແມ່ນສົມແລ້ວທີ່ເປັນກອງທັບວິລະຊົນແຫ່ງຊາດລາວວິລະຊົນຢ່າງແທ້ຈິງ. ຈົນສາມາດຍາດໄດ້ເອກະລາດ ແລະ ສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ ປີ 1975.
ຊົມເຊີຍການຈັດຕັ້ງບ້ານ ແລະ ປະຊາຊົນ ຮ່ວມມືກັນສ້າງເສັ້ນທາງເຂົ້າບ້ານດ້ວຍທຶນຕົນເອງ
ໃນວັນທີ 11 ມັງກອນ 2021ນີ້ ທ່ານ ປອ ສົມລິດ ເປືອກແກ້ວ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ ໄດ້ລົງຊຸກຍູ້, ຕິດຕາມການກໍ່ສ້າງທາງ ຍົກລະດັບ, ວາງທໍ່ເສັ້ນທາງ ຜັງບ້ານແກສີພົມ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໂດຍມີອຳນາດການປົກຄອງບ້ານຕ້ອນຮັບ.
ການກໍ່ສ້າງທາງ ຍົກລະດັບ ວາງທໍ່ ເສັ້ນທາງຜັງບ້ານ ແກສີພົມ ເປັນໂຄງການ ລົງທຶນຂອງປະຊາຊົນ 100% ເຊິ່ງເປັນທາງຍົກລະດັບ ວາງທໍ່ ເສັ້ນທາງຜັງບ້ານ ລວງຍາວຂອງເສັ້ນທາງທັງໝົດ 3.360 ແມັດ ອັດແໜ້ນໜ້າທາງດ້ວຍຫີນຄອມ ລວງກວ້າງຂອງໜ້າທາງຫຼັກແມ່ນ 6 ແມັດ ແລະ ລວງກ້ວາງຂອງທາງຊອຍ 4,5 ແມັດ ມູນຄ່າການກໍ່ສ້າງທັງໝົດ 344 ລ້ານກີບ ໂດຍແມ່ນທຶນຂອງພໍ່ແມ່ປະຊາຊົນ 100% ສ່ວນພາກລັດແມ່ນສະໜອງວິຊາການໃນການອອກແບບ ແລະ ຕິດຕາມການກໍ່ສ້າງ ທຶນດັ່ງກ່າວແມ່ນໄດ້ລະດົມຈາກຄອບຄົວພາຍໃນບ້ານ ແລະ ບ້ານດັ່ງກ່າວ ເປັນບ້ານທີ່ຕັ້ງຢູ່ເຂດຊານເມືອງຂອງເມືອງຊຽງຮ່ອນ ປະກອບມີ 236 ຄອບຄົວ 18 ໜ່ວຍຄຸ້ມຄອງພົນລະເມືອງ ມີພົນລະເມືອງທັງໜົດ 1040 ຄົນ, ຍິງ 646 ຄົນ ໂດຍແມ່ນ ບໍລິສັດ ໄຊຍາ ກໍ່ສ້າງຄົບວົງຈອນ ຈຳກັດ ເປັນຜູ້ຮັບເໝົາ ໄລຍະການກໍ່ສ້າງແມ່ນກຳນົດ 15 ວັນໃຫ້ສຳເລັດ ມາຮອດປະຈຸບັນການກໍ່ສ້າງສຳເລັດແລ້ວ 95%